ມຸງຄຸນ ຄາຖາທີ່ ໒໓
ນິວາໂຕ ຈະ ເອຕັມມັງ
ຄະລະມຸດຕະມັງ
ຄວາມອອ່ນນ້ອມ ຖ່ອມຕົນ ຈຽມຕົວ
ຈັດເປັນມຸງຄຸນ
ທ່ານສາທຸຊົນທັງຫລາຍ ! ເພື່ອນ ພຸດທະບໍລິສັດທັງຫລາຍ ທັງພາຍໃນ ແລະ ພາຍນອກ ທັງພໍ່ອອກ ແມ່ອອກ ທັງພິກຂຸ ສາມະເນນ ທັງປະຊາຊົນ ພົນລະເມືອງ ບັນດາຜູ້ ປະກອບອາຊີບ ຊາວນາ ຄ້າຂາຍ ເຈົ້ານາຍ ລັດຖະການ ພະນັກງານ ໃນວົງເຄືອຍາດ ເຊິ່ງມີການເກີດ ແກ່ ເຈັບຕາຍດ້ວຍກັນທັງຫມົດທັງສິ້ນ ຈົ່ງຕັ້ງງຈິດຂອງຕົນລົງຢ່າງເລີດເຊິ່ງ ຕໍ່ຄຳທັມມະ ສຸພາສິດອັນເປັນມຸງຄຸນແກ່ຊີວິດ ຂອງຕົນ ແລະ ຄົນອື່ນໃຫ້ ແຫນ້ນແກ່ນ ແລະ ເຊົ້າໃຈໃນທາດແທ້ ເນື້ອໃນໃຈຄວາມຂອງສຸພາສິດທີ່ວ່າ ນິວາໂຕຈະ
ທັມມະຂໍ້ນີ້
ມີໄວ້ແກ່ບຸກຄົນຄວນມີ ຄວນລະວັງ ຖືໄວ້ເປັນມຸງຄຸນປະຈຳຕົນເອງ ແລະ ຄອບຄົວ
ອັນຈະພາໃຫ້ເກີດມຸງຄຸນແກ່ຊີວິດ.
ຕໍ່ໄປນີ້ຈະໄດ້ເວົ້າໃຫ້ແຈ້ງແຫ່ງຄາຖາທີ່ວ່າ
ນິວາໂຕຈະ ຄາຖາບາລີຂໍນີ້ ບອກແຈ້ງວ່າ ນິວາໂຕ ແປວ່າ ອອ່ນນ້ອມ ບໍ່ໂພງລົມ ບຸກຄົນຜູ້ໃດ
ປະພຶດຕົນເປັນຄົນມີກາຍຕ່ຳ ຄືຜູ້ທີ່ເຫັນໂທດກັມ ໃນມານະທິດຖີ ຄວາມຖືຕົນ ຖືຕົວຂອງສັດ
ບຸກຄົນ ຖືຂາດ ຖືຕະກຸນ ຍົດສັກ ຫລຸດມານະທິດຖີເຫຼົ່ານັ້ນລົງໃຫ້
ເຫຼືອນ້ອຍຄືຜ້າເຊັດຖ້ວຍ ຈັດເປັນມຸງຄຸນອັນປະເສີດໃນຄາຖາຂໍ້ນີ້.
ການປະພຶດຕ່ຳການຕ່ຳວາຈາ
ຄືກັບວົງອຸສຸພາລາດບໍ່ມີເຂົາ ຈຶ່ງຊື່ວ່າ ນິວາໂຕ.
ຄຳວ່າ ທິດຖີ ນັ້ນຄື ຄວາມຖືຕົວໃນຊາດ ໃນອຳນາດ
ບໍ່ຍ້ອມເຂົ້າຫາານັກປາດບັນດິດ ບໍ່ຍ້ອມຟັງຄໍາຂອງນັກປາດ ເພາະເຮືອງອຳນາດ ເຮືອງຍົດ
ເຮືອງສົມບັດ ຖືຄວາມເປັນໃຫ່ຍ ໃນຊາດ ໃນຕະກູນ ຖືຍົດ ຖືສັກ ໜັກສົມບັດ
ຈຶ່ງບໍ່ຍ້ອມລົດມານະທິດຖີຂອງຕົນ ລົງສູ່ສັງຄົມ ກາຍເປັນຄົນລືມຊາດ ລືມສາສນາ ລືມສິລ
ລທມທານໄປ.
ຍັງມີອອີກຈຳພວກໜຶ່ງເຊິ່ງບໍ່ມີຫຍັງພໍປະມານ
ແຕ່ມັນເປັນສັນດານໃນຕົວຂອງເຂົາເອງ-ເຂົາບໍ່ມີທັມມະໃນຂໍ້ທີ່ວ່າ ນິວາໂຕ
ເຂົາໂພງໂຕຢູ່ສະເຫມີ ເພາະລົມພິດຂັງຢູ່ໃນຕົວຂອງເຂົາ ຄົນຈຳພວກນີ້ບໍ່ແມ່ນຄົນບຽດບຽນໃຜ
ມັນເປັນພຽງຄົນທຳຕົວໃຫ້ເປັນທີ່ບໍ່ເຫມາະກັບສາຍຕາຂອງຄົນອື່ນຄື ເປັນຄົນບໍ່ຮູ້ປະມານໃນຖານະຂອງຕົນ
ເປັນຄົນປະພຶດເກີນຖານະ ພາກພູມຂອງຕົນ ເປັນຕົ້ນວ່າ ການແຕ່ງເນື້ອ ແຕ່ງກາຍ ນຸ່ງຮົ່ມ
ກໍ່ເຮັດເກີນພູມຂອງຕົນ ສະແດງອາການຍອດຍິ່ງ ເວົ້າຈາອວດສະຫຼາດ ອວດຮູ້ ອວດເຫັນ
ຍົກຕົວທຽມທ່ານ ການປະພຶດຢ່າງນີ້ເອີ້ນວ່າ ຄົນບໍ່ມີນິວາໂຕ ເປັນຄົນໂພງໂຕ ຄວນລະເສຍ
ແລ້ວມາປະພຶດຕົນ ສະເໝີຕົ້ນສະເໝີປາຍ ເອີ້ນວ່າ ສະມາບັດ ນະຕັດຕາພໍດີພໍງາມກັບຖານະ
ຈຶ່ງຈະຈັດເຂົ້າໃນມຸງຄຸນຂໍ້ນີ້ໄດ້ເປັນຄົນນິວາໂຕ ປະພຶດປະຕິບັດໄດ້ກໍ່ເປັນມຸງຄຸນ.